HIV/AIDS
ຄຳນິຍາມ ເຊື້ອ HIV ເປັນໄວຣັດທີ່ທຳລາຍຈຸລັງພູມຕ້ານທານໃນຮ່າງກາຍ, ເຮັດໃຫ້ການເຮັດວຽກຂອງພູມຕ້ານທານຫຼຸດລົງເທື່ອລະກ້າວ.
ເມື່ອການປິ່ນປົວຊັກຊ້າ ຍ້ອນຂາດການກວດ ເຊື້ອໄວຣັດ ຈະເພີ່ມຂຶ້ນ ເມື່ອການເຮັດວຽກຂອງ ພູມຕ້ານທານຖືກທຳລາຍ ຢ່າງຫຼວງຫຼາຍ ສິ່ງນີ້ເຮັດໃຫ້ເຊື້ອໄວຣັດ ຄ່ອຍໆເຮັດໃຫ້ລະບົບພູມຕ້ານທານ ອ່ອນແອລົງ ແລະ ນຳໄປສູ່ ພະຍາດແຊກຊອນຕ່າງໆ, ເຊິ່ງເປັນສະພາບທີ່ຮູ້ຈັກກັນໃນນາມເອດສ໌. ເສັ້ນທາງການຕິດເຊື້ອ ເຊື້ອ HIV ສາມາດຕິດຕໍ່ໄດ້ເມື່ອເລືອດ, ນໍ້າອະສຸຈິ, ຫຼື ນໍ້າໃນຊ່ອງຄອດ ຂອງຜູ້ຕິດເຊື້ອ ສຳຜັດ ແລະ ຖືກດູດຊຶມໂດຍບາດແຜ ຫຼື ເຍື່ອເມືອກຂອງຜູ້ທີ່ບໍ່ຕິດເຊື້ອ.
ການຕິດເຊື້ອ ສ່ວນໃຫຍ່ແມ່ນ ເກີດຂຶ້ນຜ່ານການຮ່ວມເພດ ທີ່ບໍ່ໄດ້ປ້ອງກັນ ແລະ ການໃຊ້ເຂັມສັກຢາຮ່ວມກັນ. ການວິນິດໃສ ແລະ ການປິ່ນປົວ ການກວດເບື້ອງຕົ້ນ (ເລືອດ ຫຼື ທາງປາກ) ເປັນການກວດຄັດກອງ, ຖ້າຜົນກວດເປັນບວກ ຈະຕ້ອງກວດຢືນຢັນ ເພື່ອກວດສອບສະຖານະ ການຕິດເຊື້ອ.
ຖ້າຕິດເຊື້ອ HIV ການປິ່ນປົວແມ່ນ ກິນຢາຕ້ານໄວຣັດ ໄປພ້ອມກັບການປິ່ນປົວ.
ດ້ວຍການປິ່ນປົວ ອາການດັ່ງກ່າວຈະບໍ່ພັດທະນາໄປສູ່ ໂຣກເອດສ໌ ແລະ ຈະກວດບໍ່ພົບໄວຣັດ (U=U).
ພາວະກວດບໍ່ພົບໄວຣັດນັ້ນ ເຮັດໃຫ້ບໍ່ສາມາດແຜ່ເຊື້ອ HIV ໄປສູ່ຄົນອື່ນໄດ້. ອາການ ໃນຂະນະທີ່ ຜູ້ຕິດເຊື້ອບາງຄົນ ອາດຈະສະແດງອາການເຊັ່ນ: ຮາກ, ຖອກທ້ອງ, ແລະ ໄຂ້ ໃນໄລຍະຕົ້ນໆຂອງການຕິດເຊື້ອ ຫຼາຍກໍລະນີບໍ່ມີອາການ ສະນັ້ນຕ້ອງວິນິດໄສ ຜ່ານການກວດ.
ຫຼັງຈາກຕິດເຊື້ອແລ້ວ ມັນຈະຄ່ອຍໆທຳລາຍ ລະບົບພູມຄຸ້ມກັນ ໃນໄລຍະເວລາຫຼາຍປີ ແລະ ເຮັດໃຫ້ເກີດ ພະຍາດແຊກແຊງຕ່າງໆ. ວິທີປ້ອງກັນ ມີຫຼາຍວິທີການປ້ອງກັນເຊື້ອ HIV.
ວິທີການທີ່ເປັນຕົວແບບ ລວມມີການ ໃຊ້ຖົງຢາງອະນາໄມ ໃນລະຫວ່າງການຮ່ວມເພດ, ການປ້ອງກັນ ກ່ອນການສໍາຜັດເຊື້ອ (PrEP) ແລະ ການປ້ອງກັນ ຫຼັງການສໍາຜັດເຊື້ອ (PEP), ແລະ ການຫຼີກລ່ຽງ ການຕິດຕໍ່ທາງເພດສໍາພັນ ກັບຜູ້ຕິດເຊື້ອ ທີ່ຢູ່ໃນພາວະ ທີ່ບໍ່ສະແດງອາການ U=U.
ໂຣກຊີຟິລິດ
ຄຳນິຍາມ
ຊີຟິລິດ ແມ່ນໜຶ່ງໃນພະຍາດຕິດຕໍ່ທາງເພດສຳພັນ ທີ່ພົບຫຼາຍທີ່ສຸດ ເຊິ່ງເປັນການຕິດເຊື້ອທາງເພດສຳພັນ ທີ່ເກີດຈາກເຊື້ອແບັກທີເຣຍ, 'ເທຣໂພເນມາ ພາລີດຳ'. ເສັ້ນທາງການຕິດເຊື້ອ ໂຣກຊີຟິລິດ ສ່ວນໃຫຍ່ແມ່ນ ຕິດຕໍ່ລະຫວ່າງຄົນ ຜ່ານການມີເພດສຳພັນ, ເຊິ່ງເກີດຂຶ້ນໃນລະຫວ່າງ ການສຳຜັດໂດຍກົງ ຈາກການຮ່ວມເພດ ທາງປາກ ແລະ ທາງຮູທະວານ.
ຄວາມສ່ຽງຕໍ່ການຕິດເຊື້ອຈະເພີ່ມຂຶ້ນ ໂດຍສະເພາະຖ້າມີບາດແຜ ຫຼື ຮອຍແຜຢູ່ເທິງຜິວໜັງ ຫຼື ເຍື່ອເມືອກ. ການວິນິດໃສ ແລະ ການປິ່ນປົວ ມັນຖືກກວດພົບຜ່ານການກວດເລືອດ, ແລະ ອາການທາງຄລີນິກ, ແລະ ຖ້າກວດພົບໄວ ສ່ວນຫຼາຍແມ່ນສາມາດຫາຍດີໄດ້ ດ້ວຍການສັກຢາ ເປນີຊີລິນ.
ເຖິງຢ່າງໃດກໍ່ຕາມ ການກວດຕິດຕາມ ແມ່ນມີຄວາມຈຳເປັນ ເພາະວ່າມີບາງກໍລະນີ ທີ່ຜົນການກວດເລືອດຍັງຄົງຕໍ່າ ເຖິງແມ່ນວ່າ ຫຼັງຈາກການປິ່ນປົວແລ້ວກໍຕາມ. ອາການ ອາການຂອງໂຣກຊີຟີລິດ ຈະສະແດງອອກເປັນໄລຍະ ໄລຍະທີ 1, ຈະມີແຜທີ່ບໍ່ເຈັບປວດ ຢູ່ບໍລິເວນທີ່ເຊື້ອແບັກທີເຣຍເຂົ້າໄປ, ໃນຂະນະທີ່ໃນໄລຍະທີ 2 ອາດຈະເກີດຜື່ນຂຶ້ນທົ່ວຮ່າງກາຍ ລວມທັງຝາມື ແລະ ຝາເທົ້າ ພ້ອມທັງຜົມຫຼົ່ນ.
ຖ້າບໍ່ໄດ້ຮັບການປິ່ນປົວ ເປັນເວລາດົນ ມັນສາມາດພັດທະນາໄປສູ່ ໄລຍະທີ 3 ເຊິ່ງເຮັດໃຫ້ເກີດຄວາມເສຍຫາຍ ຕໍ່ອະໄວຍະວະພາຍໃນເຊັ່ນ: ເສັ້ນປະສາດ ແລະ ຫົວໃຈ.
ວິທີປ້ອງກັນ
ການໃຊ້ຖົງຢາງອະນາໄມໃນ ລະຫວ່າງຮ່ວມເພດ ສາມາດຫຼຸດຜ່ອນຄວາມສ່ຽງ ຂອງການຕິດເຊື້ອ ຊີຟິລິດໄດ້, ແລະ ຖ້າມີອາການເຊັ່ນ: ແຜ ຫຼື ຜື່ນຂຶ້ນ ຄວນເຂົ້າຮັບການກວດ ເພື່ອຢືນຢັນ ການຕິດເຊື້ອ ແລະ ຮັບການປິ່ນປົວ.
ໂຣກຕັບອັບເສບ C
ຄຳນິຍາມ ພະຍາດຕັບອັກເສບຊະນິດ C ແມ່ນ ພະຍາດທີ່ເກີດຈາກການ ຕິດເຊື້ອໄວຣັດຕັບອັກເສບ ຊະນິດຊີ (HCV) ເຊິ່ງນຳໄປສູ່ ການອັກເສບຂອງຕັບ.
ເນື່ອງຈາກອາການບໍ່ຊັດເຈນ ຜູ້ປ່ວຍຈຶ່ງມັກຈະ ບໍ່ສັງເກດເຫັນ ຈົນກວ່າຈະກວດພົບ ການຕິດເຊື້ອ ໃນໄລຍະຫຼັງ. ເສັ້ນທາງການຕິດເຊື້ອ ພະຍາດຕັບອັກເສບ C ສ່ວນໃຫຍ່ແມ່ນ ຕິດຕໍ່ຜ່ານທາງເລືອດ ແລະ ສາມາດແຜ່ລາມ ຜ່ານການສຳຜັດທາງເລືອດ ກັບບາດແຜທີ່ເກີດຂຶ້ນ ໃນລະຫວ່າງການຮ່ວມເພດ.
ນອກຈາກນີ້ ຍັງມີຄວາມສ່ຽງຕໍ່ການຕິດເຊື້ອ ຖ້າມີການໃຊ້ເຂັມສັກຮ່ວມກັນ ຫຼື ຖ້າມີການສັກ ຫຼື ເຈາະ ໂດຍໃຊ້ເຄື່ອງມື ທີ່ບໍ່ໄດ້ຂ້າເຊື້ອ. ການວິນິດໃສ ແລະ ການປິ່ນປົວ ໂຣກຕັບອັກເສບຊະນິດ C ສາມາດຢືນຢັນໄດ້ ຜ່ານການກວດເລືອດ, ແລະ ຖ້າໄດ້ຮັບການຢືນຢັນ ການປິ່ນປົວແມ່ນ ຈະກິນຢາຕ້ານໄວຣັດທາງປາກ ຢ່າງຕໍ່ເນື່ອງ ເປັນເວລາ 8 ຫາ 12 ອາທິດ.
ວິທີການປິ່ນປົວ ທີ່ນຳໃຊ້ໃນປະຈຸບັນນີ້ ມີປະສິດທິພາບສູງ, ແລະ ຖ້າກິນເປັນປະຈຳ ຕາມທີ່ໝໍສັ່ງ ສາມາດປິ່ນປົວໃຫ້ຫາຍໄດ້ ຫຼາຍກວ່າ 98%. ອາການ ປະມານ 80% ຂອງຜູ້ຕິດເຊື້ອ ບໍ່ມີອາການຂອງພະຍາດ ຕັບອັກເສບຊະນິດ C ເຮັດໃຫ້ບໍ່ຮູ້ ແລະ ເບິ່ງຂ້າມໄປໄດ້ງ່າຍ.
ຜູ້ທີ່ຕິດເຊື້ອບາງຄົນ ອາດຈະມີອາການອ່ອນເພຍ ຫຼື ໂຕເຫຼືອງ.
ຖ້າບໍ່ໄດ້ຮັບການປິ່ນປົວ ມັນຈະພັດທະນາໄປສູ່ ພະຍາດຕັບອັກເສບຊໍາເຮື້ອ, ແລະ ເຖິງແມ່ນວ່າ ຈະບໍ່ມີອາການ ເປັນເວລາຫຼາຍປີ ແຕ່ຕັບຍັງຄົງຖືກທຳລາຍຕໍ່ໄປ ເຊິ່ງໃນທີ່ສຸດ ສາມາດນໍາໄປສູ່ ການເປັນພະຍາດຕັບແຂງ(ພາວະຕັບແຂງ) ຫຼື ມະເຮັງຕັບໄດ້. ວິທີປ້ອງກັນ ແລະ ຂໍ້ຄວນລະວັງ ເນື່ອງຈາກວ່າພະຍາດຕັບອັກເສບຊະນິດ C ສ່ວນໃຫຍ່ແມ່ນ ຕິດຕໍ່ຜ່ານທາງເລືອດ ຈຶ່ງເປັນສິ່ງຈຳເປັນ ຕ້ອງປ້ອງກັນຢ່າງລະອຽດ.
ທ່ານຕ້ອງໃຊ້ຖົງຢາງອະນາໄມ ໃນລະຫວ່າງການຮ່ວມເພດ ເພື່ອປ້ອງກັນ ການສຳຜັດຂອງເລືອດ ຜ່ານບາດແຜ, ແລະ ເມື່ອສັກ ຫຼື ເຈາະ ທ່ານຕ້ອງເລືອກສະຖານທີ່ ທີ່ເປັນມືອາຊີບ ໃຊ້ເຄື່ອງມືທີ່ຂ້າເຊື້ອແລ້ວ.
ນອກຈາກນັ້ນ, ສິ່ງຂອງສ່ວນຕົວ ທີ່ອາດຈະເປື້ອນດ້ວຍເລືອດ ເຊັ່ນ: ມີດໂກນໜວດ, ມີດຕັດເລັບ ແລະ ເຂັມສັກຢາ ບໍ່ຄວນໃຊ້ຮ່ວມກັນ.
ໂດຍສະເພາະ ຖ້າທ່ານເປັນຜູ້ໃຫຍ່ທີ່ມີອາຍຸເກີນ 40 ປີ ທີ່ບໍ່ເຄີຍໄດ້ຮັບການ ກວດຫາພະຍາດ ຕັບອັກເສບຊະນິດ C ພວກເຮົາແນະນຳ ໃຫ້ທ່ານໄປກວດ.
* ຂໍ້ມູນຂ້າງເທິງນີ້ ແມ່ນເພື່ອອ້າງອີງເທົ່ານັ້ນ. ກະລຸນາ ປຶກສາຜູ້ຊ່ຽວຊານ ເພື່ອຂໍ້ມູນທີ່ຖືກຕ້ອງ, ໃນການວິນິດໄສ ແລະ ການປິ່ນປົວກ່ຽວກັບອາການຂອງທ່ານ.
* ແຫຼ່ງຂໍ້ມູນ - ອົງການຄວບຄຸມ ແລະ ປ້ອງກັນພະຍາດເກົາຫຼີ, ສະມາຄົມພະຍາດຕິດຕໍ່ເກົາຫຼີ, ສະມາຄົມເກົາຫຼີເພື່ອການສຶກສາກ່ຽວກັບຕັບ, CDC ຂອງສະຫະລັດອາເມລິກາ, ອົງການອະນາໄມໂລກ (WHO)